07/07/2017 00:01 GMT+7 Email Print Like 0

ຄວາມລຶກລັບຂອງກຳແພງຫີນ ລາຊະວົງ ໂຮ່

ສຳລັບຄາວເຍົາໄວຂອງຂ້າພະເຈົ້າ, ກຳແພງບູຮານ ນອນໃນເຂດພູຫີນ ເມືອງ ວີງລົກ (ແທງຮວາ) ມີຄວາມລິກລັບຫຼາຍ ດ້ວຍເລື່ອງເລົ່າທີ່ແມ່ເຖົ້າປະໄວ້ຄືນໃຫ້. ມາເຖິງປະຈຸບັນ, ເມື່ອກຳແພງຫີນຫຼັງນີ້ໄດ້ ຢູແນັສໂກ ຮັບຮອງເປັນມໍລະດົກຂອງໂລກ ແລະ ໄດ້ CNN ຕີລາຄາເປັນ “ໜຶ່ງໃນ 21 ມໍລະດົກມີຄວາມພົ້ນເດັ່ນ ແລະ ຍິ່ງໃຫຍ່ທີ່ສຸດ ຂອງໂລກ”, ມັນຍັງເປັນຄວາມລຶກລັບ ສຳລັບບັນດານັກ ວິທະຍາສາດ.
ບ້ານເກີດຂອງແມ່ເຖົ້າຢູ່ບ້ານ ໄຕຢາຍ, ຂຶ້ນກັບຕາແສງ ວີງຕຽນ, ຕິດແປະກັບກຳແພງບູຮານ ລາຊະວົງ ໂຮ່. ສະໄໝນັ້ນ, ຊຸມເດັກນ້ອຍ ຄືພວກຂ້າພະເຈົ້າມັກແບ່ງເປັນສອງທິມ, ເອົາໂຕຄວາຍເປັນມ້າ, ເອົາເຕົ້າເຫຼົ່າເປັນທຸງ, ຖືປະຕູຢູ່ທິດຕາເວັນອອກເປັນເສັ້ນແດນເພື່ອຫຼິ້ນເລື່ອງສູ້ຮົບກັນ. 

ກຳແພງ ລາຊະວົງ ໂຮ່ ແມ່ນກິດຈະການກໍ່ສ້າງດ້ວຍຫີນມີໜຶ່ງບໍ່ມີສອງຢູ່ ຫວຽດນາມ. ເຈົ້າຊີວິດ ໂຮ່ກວີ່ລີ ໃຫ້ກໍ່ສ້າງໃນປີ 1397, ມັນຍັງມີຊື່ວ່າ ໄຕໂດ (ຫຼື ໄຕຢາຍ) ເພື່ອ ຈຳແນກກັບ ດົງໂດ (ກຳແພງ ທັງລອງ, ຮ່າໂນ້ຍ). ທີ່ນີ້ ເຄີຍເປັນໃຈກາງຂອງເສດຖະກິດ, ການເມືອງ,ວັດທະນະທຳໃນສະໄໝເຈົ້າຊີວິດ ເຈີ່ນ ແລະ ເປັນ ນະຄອນຫຼວງຂອງປະເທດ ດ້າຍງູ ໃນເວລາ 7 ປີ, ແຕ່ປີ 1400 ເຖິງປີ 1407.
ເມື່ອໃຫຍ່ຂຶ້ນ, ຜ່ານການຮຽນວິຊາປະຫວັດສາດ, ຂ້າພະເຈົ້າຈຶ່ງໄດ້ຮູ້ວ່າ ກ່ອນນະນີ້ ກວ່າ 600 ປີ, ຢູ່ອ້ອມລ້ອມບໍລິເວັນກຳແພງຫຼັງນີ້ ກໍ່ໄຂຂຶ້ນການສູ້ຮົບຫຼາຍຄັ້ງຂອງບັນພະບຸລຸດ.
 
ໃນສະໄໝນັ້ນ, ຄວາມຊົມຊອບທີ່ສຸດຂອງພວກຂ້າພະເຈົ້າແມ່ນໄປ ຂຸດດິນຈັບໂຕຈີ່ນາຍຢູ່ອ້ອມລ້ອມກຳແພງ. ບາງມືຂຸດດົນໆ ກໍ່ບໍ່ເຫັນຈີ່ນາຍຈັກໂຕເລີຍ, ເຫັນໄດ້ແຕ່ໝາກບີຫີນ 2-3 ໜ່ວຍເທົ່ານັ້ນ. ແມ່ເຖົ້າບອກວ່າ ນີ້ແມ່ນກະສຸນຫີນຂອງທ່ານ ຈຶງ ໄດ໋. ໃນຄວາມ ນຶກຝັນຂອງພວກຂ້າພະເຈົ້າ, ທ່ານ ຈຶງ ຕ້ອງເປັນເທວະດາອົງໜຶ່ງທີ່ເກັ່ງກ້າຈຶ່ງສາມາດນຳໃຊ້ກະສຸນຫີນໃຫຍ່ຄືແນວນັ້ນໄດ້. 



ກຳແພງມີປະຕູ 4 ດ້ານຂອງ 4 ທິດ ຄື: ທິດໃຕ້, ທິດເໜືອ, ທິດຕາ ເວັນຕົກ, ທິດຕາເວັນອອກ,
ຊຶ່ງມີຊື່ຕາມລຳດັບວ່າ: ປະຕູຕ່ຽນ (ປະຕູເບື້ອງໜ້າ), ປະຕູເຫົ້າ (ປະຕູເບື້ອງຫຼັງ), ປະຕູຕ່າ (ປະຕູເບື້ອງ ຂວາ)
ແລະ ປະຕູຫືວ (ປະຕູເບື້ອງຊ້າຍ). ປະຕູແຕ່ລະເບື້ອງໄດ້ກໍ່ ດ້ວຍຫີນ, ຫີນແຜ່ນໜຶ່ງຍາວ 7 ແມັດ,​ ສູງ 1,5 ແມັດ,
ມີນຳ້ໜັກ ປະມານ 15 ໂຕ່ນ. ໃນພາບແມ່ນປະຕູຕ່ຽນ, ສູງ 9,5 ແມັດ, ກວ້າງ 15,17 ແມັດ. ພາບ: ທົງທ້ຽນ



ເບື້ອງໜ້າກຳແພງໄດ້ປະກອບດ້ວຍແຜ່ນຫີນຂຽວອ່ອນ, ຈັດກອງຂຶ້ນ ກັນ, ມີຫີນບາງແຜ່ນຍາວກວ່າ 6 ແມັດ,
ໜັ້ກປະມານ 20 ໂຕ່ນ. ຕາມການຄາດຄະເນຂອງນັກວິທະສາຍາດ, ລວມຈຳນວນແຜ່ນຫີນ

ທີ່ໄດ້ນຳໃຊ້ເພື່ອກໍ່ສ້າງກຳແພງບູຮານ ລາຊະວົງ ໂຮ່ ແມ່ນປະມານ 20.000 ແມັດກ້ອນ. ພາບ: ກົງດາດ



ລາຍການທ່ອງທ່ຽວຂອງເວັບໄຊ ສະຖານີໂທລະພາບ CNN (ອາເມລິກາ) ຕີລາຄາວ່າ ເລື່ອງ ຢູແນັສໂກ ເລືອກເອົາກຳແພງບູຮານຫຼັງນີ້ ເພື່ອມອບ “ນາມມະຍົດທີ່ມີກຽດ” ຍ້ອນ 2 ເຫດຜົນ: ໜຶ່ງແມ່ນລາຊະວົງ ໂຮ່ ພຽງແຕ່
ຄົງຕົວໃນເວລາ 7 ປີເທົ່ານັ້ນ (1400-1407), 
ສອງແມ່ນກຳແພງ ລາຊະວົງ ໂຮ່ ແມ່ນ “ແບບຢ່າງທີ່ພົ້ນເດັ່ນ
ໃຫ້ແບບ
ແຜນໃໝ່ຂອງກຳແພງ ຕາເວັນອອກສ່ຽງໃຕ້”. ປີ 2015, CNN ໄດ້ຮັບຮອງກຳແພງ
ລາຊະວົງ ໂຮ່ ເປັນ “
ໜຶ່ງໃນ 21 ມໍລະດົກມີຄວາມ ພົ້ນເດັ່ນ ແລະ ຍິ່ງໃຫຍ່ທີ່ສຸດ ຂອງໂລກ”.​ ພາບ: ທົງທ້ຽນ



ເບື້ອງນອກຝາກຳແພງ ໄດ້ກໍ່ດ້ວຍແຜ່ນຫີນຂຽວອ່ອນ, ແຜ່ນຫີນໜັກ ກວ່າໝູ່ມີນຳ້ໜັກປະມານ 26 ໂຕ່ນ.
ພວກເຮົາສາມາດພົບເຫັນ
ແຜ່ນຫີນ ທີ່ມີຂະໜາດໃຫຍ່ຢູ່ຝາກຳແພງທິດຕາເວັນຕົກ,
ທິດໃຕ້ ແລະ ທິດຕາເວັນອອກ. ພາບ: ກົງດາດ



ບັນດານັກຄົ້ນຄວ້າປະຫວັດສາດໄດ້ຕີລາຄາວ່າ ສະຖາປັດຕະຍະກຳຂອງປະຕູ 4 ດ້ານໄດ້ຮັບການກໍ່ສ້າງ
ແບບວິທະຍາສາດ,​ ບັນດາແຜ່ນ ຫີນໄດ້ເຈາະຖາກເປັນສີ່ຫຼ່ຽມ ແລະ ຈັດກ້ອງຂຶ້ນກັນຕາມຮູບງີມ ໝາກສົ້ມໂອ
ເພື່ອກັນຕ້ານສະພາບແຜ່ນດິນໄຫວ. ພາບ: ກົງດາດ



ທາງໃນຂອງກຳແພງ ແມ່ນຄູ ໄດ້ຖົມດ້ວຍດິນດາກປົນກັບຂີ້ຊາຍ ແລະ ກວດຊາຍ,
ໜາປະມານ 60-70 ຊມ. ພາບ: ທົງທ້ຽນ



ກຳແພງໄດ້ກໍ່ສ້າງຕາມຮູບສີ່ຫຼ່ຽມ. ເສັ້ນທາງເໜືອ-ໃຕ້ ຍາວ 870,5 ແມັດ,
ເສັ້ນທາງທິດຕາເວັນອອກ-ຕາເວັນຕົກ ຍາວ 883,5 ແມັດ. ເຊື່ອມຕໍ່ກັບປະຕູດ້ານທິດໃຕ້
ເສັ້ນທາງ ຮວາຍາຍ ຍາວປະມານ 2,5 ກິໂມແມັດ, ຫັນໄປສູ່ເວທີ ນາມຢາວ
(ບ່ອນທີ່ເຈົ້າຊີວິດປະຕິບັດການໄຫວ້ບູຊາ) ໄດ້ກໍ່ສ້າງເມື່ອເດືອນ
 ສິງຫາ 1402. ພາບ: ກົງດາດ 



 ນັກຂ່າວຂອງ CNN ໄດ້ເວົ້າເຖິງກຳແພງບູຮານຂອງ ລາຊະວົງ ໂຮ່ ຄືແນວນີ້: “... ທາງໃນຂອງກຳແພງ
ຖືກຫຼຸບລົງ ຫຼື ຖືກປົກດ້ວຍຫຍ້າ, 
ແຕ່ສິ່ງດັ່ງກ່າວ ສ້າງຄວາມລຶກລັບຂຶ້ນມາ. ອ້ອມຮອບກຳແພງແມ່ນ
ບັນດາທົ່ງນາປູກສາລີ, ເຂົ້າ ແລະ ເສັ້ນທາງດິນແກຍາວ ຄືບໍ່ໄດ້ຮັບຜົນສະທ້ອນຈາກການເວລາ...”. ພາບ: ກົງດາດ



ເສັ້ນທາງຫຼວງຢູ່ຂົງເຂດປະຕູດ້ານທິດໃຕ້ ໄດ້ເອີ້ນວ່າ ເສັ້ນທາງ ກາຍຮວາ, ຮວາຍາຍ ຫຼື ເຮ່ວຍາຍ.
ການຂຸດຄົ້ນວັດຖຸບູຮານຢູ່ທີ່ນີ້
ປະກົດເຫັນຮ່ອງຮອຍຂອງເສັ້ນທາງໜຶ່ງທີ່ເກົ່າແກ່, ແກ່ຍາວແຕ່ທາງ
ໃນກຳແພງ, ຂ້າມປະຕູດ້ານທິດໃຕ້ ອອກໄປຫາພູ ໂດນເຊີນ. ພາບ: ກົງດາດ



ຄະນະກຳມະການປົກຄອງປະຊາຊົນແຂວງ ແທງຮວາ ກຳນົດວ່າ ການເຄື່ອນໄຫວດ້ານການທ່ອງທ່ຽວ
ແມ່ນເສັ້ນທາງເພື່ອນຳນັກ
ທ່ອງທ່ຽວ ມາຍັງມໍລະດົກ ໂລກ ກຳແພງ ລາຊະວົງ ໂຮ່. ພາບ: ກົງດາດ

ຫຼັງຈາກທີ່ໄດ້ອ່ານປື້ມປະຫວັດສາດ, ຂ້າພະເຈົ້າຈຶ່ງຮູ້ວ່າ ທ່ານ ຈຶ່ງ ແມ່ນບຸລຸດຜູ້ທີ່ມີຊື່ສຽງໃນປະຫວັດສາດ ຫວຽດນາມ ໂຮ່ຫງວຽນຈຶ່ງ (1374-1446), ເປັນຜູ້ ອອກແບບກໍ່ສ້າງກຳແພງຫຼັງນີ້.
 
ມີຮູບປັ້ນມັງກອນຂາດຫົວສອງໂຕທີ່ເຮັດດ້ວຍຫີນ ໄດ້ຊາວນາຄົນໜຶ່ງ ພົບເຫັນ ແລະ ເອົາມາຕັ້ງຢູ່ເສັ້ນທາງຫຼວງເຊື່ອມຕໍ່ລະຫວ່າງ ປະຕູຕ່ຽນ ແລະ ປະຕູເຫົ້າ. ແມ່ເຖົ້າບອກຂ້າພະເຈົ້າວ່າ ຮູບປັ້ນ ມັງກອນສອງໂຕນັ້ນ ແມ່ນຂອງເຈົ້າຊີວິດ ໂຮ່ກີ່ວລີ, ແມ່ນມັງກອນ ທີ່ສັກສິດ, ຫຼານຢ່າແຕ້ມໂລເລ ຫຼື ຂີ່ຂຶ້ນຫຼັງມັງກອນສອງໂຕນັ້ນ ເດີ໋!

ວັນທີ 27 ມິຖຸນາ 2011, ທີ່ວາລະປະຊຸມຄັ້ງທີ 35 ຂອງຄະນະກຳມະການມໍລະດົກ
ໂລກ ຂຶ້ນກັບ ຢູແນັສໂກ ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ປາຣິດ ຂອງ ຝຣັ່ງ, ກຳແພງ ລາຊະວົງ ໂຮ່ ໄດ້ຮັບຮອງເປັນມໍລະດົກວັດທະນະທຳໂລກ. ກຳແພງ ລາຊະວົງ ໂຮ່ ມີທັງໝົດ 3 ພາກສ່ວນແມ່ນ ລາແທ່ງ (ຮົ້ວກຳແພງ), ຮ່າວແທ່ງ (ກຳແພງ ແລະ ຄອງນຳ້) ແລະ ຮວ່າງແທ່ງ (ກຳແພງນະຄອນ). ໃນ ຮວ່າງແທ່ງ ຍັງມີຫຼາຍກິດຈະກຳຕ່າງໆ ທີ່ສວຍງາມຄື: ວັງ ຮວ່າງຫງວຽນ, ວັງ ຢຽນເຖາະ (ບ່ອນຢູ່ຂອງເຈົ້າຊີວິດ ໂຮ່ກວີ່ລີ); ດົງກຸງ (ວັງຫຼັງໜຶ່ງ ຢູ່ທິດຕາເວັນອອກ), ໄຕຖາຍໝຽວ (ວິຫານຫຼັງໜຶ່ງ ຢູ່ທິດຕາເວັນຕົກ), ດົງຖາຍໝຽວ (ວິຫານຫຼັງໜຶ່ງ ຢູ່ທິດຕາເວັນອອກ) ແລະ ອື່ນໆ..

ເຈົ້າຊີວິດ ໂຮ່ກວີ່ລີ (1336-1407) ເປັນຜ້ສ້າງຕັ້ງປະເທດສັກດີນາ ດ້າຍງູ ແລະ ເປັນຜູ້ອອກຄຳສັ່ງໃຫ້ກໍ່ສ້າງ ກຳແພງຫຼັງນີ້. ໃນພົງສາວະດານປະຫວັດສາດຂອງ ຫວຽດນາມ, ມີຫຼາຍເລື່ອງໄດ້ເວົ້າເຖິງຮູບປັ້ນມັງກອນ ຂາດຫົວສອງໂຕນັ້ນ. ມີເລື່ອງເລົ່າວ່າ ຫຼັງຈາກທະຫານ ມິງ (ລາຊະວົງ ມິງ ຂອງປະເທດ ຈີນ ໃນສະໄໝກ່ອນ) ມາຮຸກຮານ ຫວຽດນາມ, ເຂົາເປັນຄົນຕັດຫົວມັງກອນສອງໂຕນັ້ນ. ຍັງມີເລື່ອງເລົ່າວ່າ ຕາມັງກອນແມ່ນ ເພັດສອງເມັດທີ່ລຳ້ຄ້າ, ສະນັ້ນ ຈຶ່ງຖືກເຂົາເຈົ້າຕັດຫົວເອົາເພັດ.



ດຣ ຟ້າມວັນເດົາ (ສະມາຄົມປະຫວັດສາດ ແທງຮວາ) ຕີລາຄາວ່າ ຮູບປັ້ນມັງກອນສອງໂຕທີ່ເຮັດດ້ວຍຫີນຢູ່ກຳແພງ ລາຊະວົງ ໂຮ່ ເປັນປະເພດຮູບປັ້ນມັງກອນມີຂະໜາດໃຫຍ່ ແລະ ງາມທີ່ສຸດທີ່ຍັງເຫຼືອ
ຢູ່ ຫວຽດນາມ. ລາວໃຫ້ຮູ້ວ່າ “ພົງສາວະດານປະຫວັດສາດຂອງ ຫວຽດນາມ ບໍ່ໄດ້ຂຽນຫຍັງ, ກໍ່ບໍ່ມີໃຜຮູ້ຮູບປັ້ນມັງກອນສອງໂຕນັ້ນ ຖືກຂາດຫົວຕັ້ງແຕ່ຍາມໃດ, ແຕ່ເລື່ອງທະຫານ ມິງ ມາຮຸກຮານ ຫວຽດນາມ ແລະ
ຕັດເອົາໄປຫົວມັງກອນສອງໂຕນັ້ນ ໄດ້ຫຼາຍຄົນ ຍອມຮັບຫຼາຍກວ່າໝູ່”. ພາບ: ທົງທ້ຽນ



 
ຮູບປັ້ນມັງກອນສອງໂຕໄດ້ແກະສະຫຼັກຢ່າງລະອຽດ. ມັງກອນມີ 4 ຕີນ, ຕີນໜຶ່ງມີ 3 ເລັບ.
ຫົວມັງກອນຂາດແລ້ວ ເຫຼືອແຕ່ຄູກຍາວ 
9 ຊັ້ນ. ພາບ: ກົງດາດ



ທີ່ປະຕູດ້ານທິດຕາເວັນຕົກ ຍັງຮັກສາໄວ້ກະວີບົດໜຶ່ງທີ່ໄດ້ຄວັດເທິງຫີນຕາມແບບ
ເທີດໂງນບາດກູ (ບົດໜຶ່ງມີແປດປະໂຫຍກ, ປະໂຫຍກ ໜຶ່ງມີເຈັດຄຳ) ຂອງເຈົ້າເມືອງ ຫງວຽນຢາວ
ຂຽນໃນປີ 1923. (ພາບ: ກົງດາດ



ໃນການຄົ້ນຄວ້າປະຫວັດສາດເດີມຢູ່ຂົງເຂດກຳແພງ ລາຊະວົງ ໂຮ່, ນັກຄົ້ນຄວ້າວິທະຍາສາດ
ຄົ້ນພົບເຫັນໝາກບີຫີນຫຼາຍໜ່ວຍ, ໜ່ວຍໃຫຍ່ເທົ່າກັບໝາກບານ, ໜ່ວຍນ້ອຍເທົ່າກັບໝາກກະຕໍ້.
ພາບ: ກົງດາດ



ປີ 2015, ສູນກາງປົກປັກຮັກສາມໍລະດົກກຳແພງ ລາຊະວົງ ໂຮ່ ສົມທົບກັບສະຖາບັນຄົ້ນຄວ້າປະຫວັດສາດເດີມ ຫວຽດນາມ ປະຕິບັດການຂຸດຄົ້ນຂຸມຄອງກຳແພງ. ພາຍຫຼັງການຂຸດຄົ້ນມາເປັນເວລາກວ່າ 2 ເດືອນ
ໃນເນື້ອທີ່ 2.040 ຕາຕະລາງແມັດ,​ ບັນດານັກຄົ້ນຄວ້າປະກົດເຫັນວັດຖຸບູຮານຫຼາຍຢ່າງທີ່ເຮັດດ້ວຍ

ດິນເຜົາໃນສະໄໝເຈົ້າຊີວິດ ເຈິ່ນ-ໂຮ່. ພາບ: ກົງດາດ



ບັນດານັກຄົ້ນຄວ້າຍັງປະກົດເຫັນວັດຖຸບູຮານພິເສດຫຼາຍຢ່າງ ແລະ ກິດຈະກຳຫຼາຍແຫ່ງຢູ່ມໍລະດົກ
ກຳແພງ ລາຊະວົງ ໂຮ່ ຄື: ເສັ້ນທາງ
ປູຫີນ ງາມທີ່ສຸດ ຫວຽດນາມ ມີອາຍຸກວ່າ 600 ປີ, ພື້ນເຮືອນປູດິນຈີ່

ຢູ່ ງໍ່ຫງຸກ (ບ່ອນຂັງນັກໂທດຂອງສະໄໝ ລາຊະວົງ ໂຮ່) ແລະ ອື່ນໆ. ພາບ: ກົງດາດ

ຂ້າພະເຈົ້າກັບທ້າວ ຫງອກ, ຄົນບ້ານ ໄຕຢາຍ ເຄີຍມີການໂຕ້ຖຽງກັນຍ້ອນຄຳຖາມເຮັດແນວໃດຈຶ່ງກໍ່ສ້າງກຳແພງຫຼັງນີ້ ໄດ້. ຂ້າພະເຈົ້າເວົ້າວ່າ ເຈົ້າຊີວິດ ໂຮ່ກວີ່ລີ ໃຫ້ຖາກບັນດາແຜ່ນຫີນໃຫຍ່ ແລ້ວປະກອບເຂົ້າກັນ ເປັນກຳແພງຫຼັງນີ້. ທ້າວ ຫງອກ ເວົ້າວ່າ ມັນເຄີຍເຫັນຜູ້ອື່ນ ຖາກຫີນແລ້ວ, ຕ້ອງມີຫຼາຍຄົນຖາກຫີນຢູ່ພູ ວ່າງ (ພູໜ່ວຍໜຶ່ງຢູ່ເມືອງ ວິງລົກ) ເປັນບັນດາແຜ່ນຫີນສີ່ຫຼ່ຽມ, ແຕ່ເຮັດແນວໃດຈຶ່ງປະກອບເປັນກຳແພງ ມັນກໍ່ອະທິບາຍ ບໍ່ໄດ້. ມັນບອກວ່າ ຍາມໃດໃຫຍ່ຂຶ້ນມັນຈະຕອບໃຫ້ຟັງ.
 
ພວກເດັກນ້ອຍຢູ່ບ້ານ ໄຕຢາຍ ໃຫຍ່ຂຶ້ນມາ, ໄປຜູ້ລະບ່ອນ, ແຕ່ບໍ່ມີຜູ້ໃດຮຽນ ຫຼື ເຮັດວຽກນຳຂະແໜງ ປະຫວັດສາດເພື່ອແກ້ຄວາມລຶກລັບຂອງຄາວເຍົາໄວນັ້ນ.
 
_____________________________________________________________

ແຕ່ປີ 2013-2020, ແຂວງ ແທງຮວາ ໄດ້ລົງທຶນກວ່າ 90 ຕື້ດົ່ງເພື່ອປະຕິບັດໂຄງການ
ຂຸດຄົ້ນເຂດມໍລະດົກວັດທະນະທຳ ໂລກ ກຳແພງ ລາຊະວົງ ໂຮ່. ນີ້ແມ່ນການຂຸດຄົ້ນດ້ວຍຂະໜາດໃຫຍ່
ທີສຸດ ທີ່ບໍ່ເຄີຍເຫັນມາກ່ອນ ຢູ່ເຂດຮ່ອງ ຮອຍປະຫວັດສາດ
ພິເສດແຫ່ງນີ້. ການຂຸດຄົ້ນຈະໄດ້ ປະຕິບັດເທິງເນື້ອທີ່ທັງໝົດ 56.000 ຕາຕະລາງແມັດ.


 
ບົດ: ທົງທ້ຽນ - ພາບ: ກົງດາດ ແລະ ທົງທ້ຽນ
ບັນດາບົດທີ່ຖືກນຳສະເໜີ