16/07/2017 20:18 GMT+7 Email Print Like 0

ການຟື້ນຊີບ ຂອງ “ເຜົ່າຕອງເຫຼືອງ”

ກ່ອນໜ້ານີ້ 5 ປີ, ສາມຊົນເຜົ່າສ່ວນນ້ອຍ ຄື: ລາຫູ, ກົ໋ງ ແລະ ມ້າງ ທີ່ໃຊ້ຊີວິດ ຢູ່ເຂດຍອດແມ່ນ້ຳດ່າ ຂອງ ເມືອງ ເມື່ອງແຕ່ ແລະ ເມືອງ ນ້ຳຍຸ່ນ ຂອງ ແຂວງ ລາຍເຈົາ ຍັງ ຈົມຢູ່ໃນຊີວິດການເປັນຢູ່ ທີ່ເປົ່າປ່ຽວ, ຫຼ້າຫຼັງ ແລະ ອຶດ ຫີວ ຕະຫຼອດປີ. ໃນປັດຈຸບັນ, ເນື່ອງຈາກ ນະໂຍບາຍ ຊ່ວຍໜູນຕ່າງໆ ຂອງລັດຖະບານ ພ້ອມກັບ ການປະຕິບັດ ຢ່າງເລັ່ງດ່ວນ ຂອງ ອຳນາດ ການປົກຄອງ ແຂວງ ລາຍ ເຈົາ, ບັນດາຊົນເຜົ່າເຫຼົ່ານີ້ ໄດ້ມີຊີວິດການເປັນຢູ່ ທີ່ອີ່ມ ໜຳສຳລານ ແລະ ໝັ້ນຄົງຫຼາຍ ເມື່ອທຽບກັບ ອະດີດຜ່ານມາ.  
ຄວາມຝັນຂ້າມຜ່ານແມ່ນ້ຳດ່າ

ແຕ່ສະໄໝກ່ອນ, ປະຊາຊົນເຂດ ໄຕບັກ ເອີ້ນຊົນເຜົ່າ ລາຫູ, ກົ໋ງ, ມ໊າງ ເປັນເຜົ່າ “ຕອງເຫຼືອງ” ເນື່ອງຈາກວ່າ ບັນດາຊົນເຜົ່າສ່ວນນ້ອຍນີ້ ມີຊີວິດການເປັນຢູ່ທີ່ຫຼ້າຫຼັງ, ດຳລົງຊີວິດຕາມທຳມະຊາດ ບໍ່ຄົງທີ່, ໄປຮອດໃສ ກໍໃຊ້ ໃບໄມ້ຢູ່ໃນປ່າ ມຸງເຮືອນ ຢູ່ແບບຊ່ົວຄາວ, ເມື່ອໃບໄມ້ ປ່ຽນເປັນສີເຫຼືອງ ກໍຍ້າຍ ໄປຍັງບ່ອນອື່ນ, ເພາະສະນັ້ນ, ຊີວິດການເປັນຢູ່ ຂອງ ເຂົາເຈົ້າ ໄດ້ປະສົບ ກັບ ຄວາມລຳ ບາກຍາກເຂັນ ນາໆ ປະການ. 
ຈົນເທົ້າທຸກວັນນີ້, ໃນຄວາມຊົງຈຳຂອງຂ້າພະເຈົ້າ ຍັງບໍ່ ສາມາດຫຼົງລືມໄປໄດ້ ເລື່ອງລາວທີ່ເປັນອຸປະທານ ຄອບ ງຳ ແນວຄິດຈິດໃຈຂອງຂ້າພະເຈົ້າ ເມື່ອຄັ້ງໄປ ຢ້ຽມຢາມ ໝູ່ບ້ານຂອງ ຊົນເຜົ່າ ລາຫູ ເມື່ອເກືອບສິບປີ ກ່ອນນີ້.

ນັ້ນຄືຕອນແລງມື້ໜຶ່ງ ຢູ່ເຂດຊາຍແດນ ທີ່ມີຄວາມຮູ້ສຶກ ເສົ້າໃຈເປັນຢ່າງຍິ່ງ. ພາຍຫຼັງໜຶ່ງມື້ເຕັມ ທີ່ຂ້າມຜ່ານ ໂນນພູສອງສາມໜ່ວຍ ເພື່ອການຂົນຂວາຍນັກຮຽນ ຢູ່ ຕາມໝູ່ບ້ານຕ່າງໆ ຂອງ ຊົນເຜົ່າ ລາຫູ ໄປໂຮງຮຽນ ບໍ່ ປະສົບຜົນສຳເລັດ, ທ່ານ ຫງວຽນຫືວເຈື່ອງ, ຜູ້ອຳນວຍ ການ, ຄູສອນໂຮງຮຽນ ປາອູ ນັ່ງຢູ່ໃນຫ້ອງຮຽນທີ່ມຸງດ້ວຍ ໃບຕອງແບບຜີວເຜີນ ແນມອອກໄປ ເບິ່ງກະແສແມ່ ນ້ຳ ດ່າ  ພ້ອມກ່າວຄວາມໃນໃຈອອກມາ ດ້ວຍຄວາມຫງ່ວມ ເຫງົາວ່າ: “ການຮຽນ ຂອງ ລູກໆ ຊົນເຜົ່າລາຫູ ຄືຈັ່ງ ແມ່ນ ຫຍຸ້ງຍາກລຳບາກຫຼາຍ! ບໍ່ຮູ້ຮອດຍາມໃດນັກຮຽນ ໂຮງ ຮຽນ  ປາອູ ຂອງ ຂ້າພະເຈົ້າ ຈະສາມາດ ໄປຕາມກະແສ ແມ່ນ້ຳດ່ານີ້ ມານະຄອນຫຼວງ ຮ່າໂນ້ຍ ຮຽນຂັ້ນມະຫາ ວິທະຍາໄລ ໄດ້?”

ກ່ອນຈະກັບຄືນມາເຂດຊາຍແດນ ທີ່ແສນໄກນີ້, ຂ້າພະ ເຈົ້າຍັງຄົງຖືກຫຼອກຫຼອນ ຢູ່ໃນໃຈ ຢູ່ບໍ່ເຊົາ ກ່ຽວກັບ ເລື່ອງ ລາວຂອງທ່ານ ເຈື່ອງ ແລະ ພະຍາຍາມ ວາດນຶກ ເຖິງຮູບ ພາບ ໝູ່ບ້ານ ຂອງຊາວ ຊົນເຜົ່າ ລາຫູ ໃນປັດຈຸບັນ. ປະ ກົດຄືວ່າ ເດົາໄດ້ ຄວາມນຶກຄິດ ຂອງ ຂ້າພະເຈົ້າ, ເພື່ອນ ຮ່ວມທາງ ຂອງ ຂ້າພະເຈົ້າ ທີ່ເປັນນັກຂ່າວ ແຂວງ ລາຍ ເຈົາ ໄດ້ລະດົມກຳລັງໃຈ ຂອງ ຂ້າພະເຈົ້າວ່າ: “ອຸ່ນອຽນ ໃຈສ໋າ! ທາງເຂົ້າ ເມືອງ ເມື່ອງແຕ່ ບັດນີ້ ດີຫຼາຍແລ້ວ, ລົດ ໃຫຍ່ ແລ່ນສະບາຍ ບໍ່ຍາກ ຄືເມື່ອກ່ອນດອກ”.

ໄດ້ຮັບຟັງລາວເວົ້າຈັ່ງຊັ້ນ ແຕ່ຮູບພາບສາຍທາງຍາວກວ່າ 300 ກິໂລແມັດ ທີ່ຕ້ອງຜ່ານທາງມີນຳ້ ແລະ ດິນເຊາະ ເຈື່ອນ ຫຼາຍຮ້ອຍຈຸດ ທີ່ເຄີຍ ເຫັນກັບຕາ ໃນ ປີ ກ່ອນໆ ນັ້ນ ຍັງຄົງ ເຮັດໃຫ້ຂ້າພະເຈົ້າ ກັງວົນ ຢູ່ບໍ່ເຊົາ.

ຄວາມເປັນຫ່ວງທຸກຢ່າງ ຂອງຂ້າພະເຈົ້າ ຄ່ອຍໆຖືກຈາງ ຫາຍໄປ ເມື່ອລົດແລ່ນ ລຽບຕາມ ບັນດາເສັ້ນທາງ ປູຢາງ ທີ່ລະອິດລະອ້ຽວ ມຸ່ງສູ່ທິດຍອດແມ່ນ້ຳດ່າ. ຢູ່ ຕາມສອງ ພາກທາງແມ່ນ ໝູ່ບ້ານຕ່າງໆ ທີ່ມຸງດ້ວຍໃບໄມ້ ເບິ່ງຊຳ ລຸດຊຸດໂຊມ ໃນເມື່ອກ່ອນ ມາບັດນີ້ ຖືກປ່ຽນແທນ ດ້ວຍ ບັນດາຫຼັງເຮືອນ ມຸງດ້ວຍດິນຂໍ ແລະ ແນມເບິ່ງແຕ່ໄກໆ ແມ່ນຮູບພາບ ບັນດາໂຮງຮຽນຫຼັງໃໝ່ ທີ່ ກວ້າງຂວາງ ສວຍງາມ.

ລົດຂອງພວກຂ້າພະເຈົ້າ ແລ່ນຜ່ານ ຂົວເບຕົງລຳໜຶ່ງທີ່ ຂ້າມຜ່ານແມ່ນຳ້ດ່າ, ບ່ອນທີ່ກ່ອນໜ້ານີ້ ແມ່ນຂົວອູ່ ເກົ່າ ທີ່ຊຸດໂຊມ ໃຊ້ ເພື່ອມາ ຕາແສງ ບຸມເຕີ໊. ແນມແຕ່ໄກໆ, ພວກຂ້າພະເຈົ້າ ໄດ້ເຫັນ ໂຮງຮຽນ 3 ຊັ້ນຫຼັງໜຶ່ງ ປະກົດ ຕົວ ຢູ່ໃນລະຫວ່າງກາງ ພູຜາປ່າໄມ້. ຕາແສງ ບຸມເຕີ໊ ໄດ້ ຮັບຖືວ່າເປັນ “ເມືອງຫຼວງ” ຂອງຊົນເຜົ່າ ລາຫູ ກັບ 8 ບ້ານ ລວມມີປະຊາຊົນ ກວ່າ 3000 ຄົນ, ກວມ1/3 ຈຳ ນວນພົນລະເມືອງ ຊົນເຜົ່າ ລາຫູ ຢູ່ຫວຽດນາມ.
 

ບ້ານ ນ້ຳປຸ້ງ, ຕາແສງ ນ້ຳຄາວ ໄດ້ຮັບການສ້າງຕັ້ງ ໃນ ປີ 2014, ແຕ່ໂຄງການເຮືອນຈັດສັນຂອງ ປະຊາຊົນ ຊົນ ເຜົ່າ ກົ໋ງ ເພື່ອປະບ່ອນຢູ່ ໃຫ້ການກໍ່ສ້າງ
ເຂື່ອນໄຟຟ້ານ້ຳ ຕົກ ລາຍເຈົາ. ມາຮອດປັດຈຸບັນ, ບ້ານ ນ້ຳປຸ້ງ ກໍຄື 8 ໝູ່ ບ້ານອື່ນໆ ຂອງຕາແສງ ນ້ຳຄາວ ມີພື້ນຖານໂຄງລ່າງ ຢ່າງສົມບູນແບບ, ຊັບຊ່າວນາ
ໄດ້ກວ່າ 200 ເຮັກຕາ ເພື່ອປູກເຂົ້າ ແລະ ປູກພືດອື່ນ ຂອງ ພໍ່ແມ່ປະຊາຊົນ. ພາບ: ທົງທ້ຽນ/VNP



ຫ້ອງຮຽນອະນຸບານຂອງເດັກນ້ອຍຊົນເຜົ່າ ມ໊າງ ຢູ່ ບ້ານ ນ້ຳລໍ໋ (ຕາແສງ ນ້ຳບານ, ເມືອງ ນ້ຳຍຸ່ນ) ເມື່ອປີ 2007. ເວລານັ້ນ, ໂຮງຮຽນທຸກແຫ່ງຢູ່ຕາແສງ
ນຳ້ບານ ຕ່າງກໍໄດ້ຮັບການກໍ່ສ້າງແບບຊົ່ວຄາວ, ຫຼັງຄາມຸງດ້ວຍ ໄມ້ໄຜ່ ໄມ້ເຮ້ຍ. ພາບ: ທົງທ້ຽນ/VNP



ຄາບເຂົ້າທ່ຽງ ຂອງເດັກນ້ອຍຊາວເຜົ່າ ກົ໋ງ ທີ່ໂຮງຮຽນ ອະນຸບານ ຕາແສງນ້ຳຄາວ ໄດ້ຮັບການຊ່ວຍເຫຼືອ ຈາກ ແຜນຮ່າງ “ພັດທະນາເສດຖະກິດ-ສັງຄົມ
ເຂດບັນດາຊົນ ເຜົ່າ ກົ໋ງ, ມ໊າງ, ລາຫູ, ເກີ່ລາວ ໄລຍະ 2011-2020. ພາບ: ຫວຽດເກື່ອງ/VNP



ຊົ່ວໂມງຫັດກາຍ ຂອງ ພວກນ້ອງນັກຮຽນ ຊົນເຜົ່າ ກົ໋ງ ທີ່ໂຮງຮຽນອະນຸບານ ຕາແສງ ນ້ຳຄາວ. ພາບ: ທົງທ້ຽນ/VNP


ໂຮງຮຽນອະນຸບານ, ຕາແສງ ນ້ຳຄາວ ໄດ້ຮັບການ ລົງ ທຶນ ກວ່າ 5 ຕື້ດົ່ງ ຈາກໂຄງການ ເຮືອນຈັດສັນ ເພື່ອ ການ ກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ລາຍເຈົາ
ພ້ອມກັບອຸປະກອນ ສອນ ທີ່ທັນສະໄໝ ບັນລຸມາດຕະຖານແຫ່ງຊາດ. ພາບ: ທົງທ້ຽນ/VNP



ກ່ອນປີ 2007, ເມື່ອຮຽນເຖິງຂັ້ນມັດທະຍົມ, ພວກ ນ້ອງ ນັກຮຽນ ຊົນເຜົ່າ ລາຫູ ຢູ່ຕາແສງ ບຸມເຕີ໊ ຕ້ອງ ຜ່ານ ທາງພູ ກວ່າ 30 ຫຼັກ ເພື່ອມາຮຽນ ຢູ່ເມືອງ ເມື່ອງແຕ່, ເພາະສະນັ້ນ ມາດຕາສ່ວນນັກຮຽນ ປະລະ ການຮຽນ ແມ່ນມີສູງ. ປີ 2015, ໂຮງຮຽນມັດທະຍົມ ບຸມເຕີ໊ ໄດ້ຮັບ ການ ກໍ່ສ້າງ ກັບອຸປະກອນ ສອນຢ່າງ ຄົບຊຸດ, ມາດຕະ ການ ເຜີຍແຜ່ການສຶກສາ ຂັ້ນມັດທະຍົມ ຢູ່ບຸມເຕີ໊ ບັນລຸ ກວ່າ 90%. ພາບ: ຫວຽດເກື່ອງ/VNP


ນ້ອງ ລີ່ ກໍ ກໍ ຊາວເຜົ່າ ລາຫູ, ນັກຮຽນມໍ 1, ໂຮງຮຽນ ມັດທະຍົມຕອນຕົ້ນ ບຸນເຕີິ໊, ສົກຮຽນ 2016 – 2017 ໄດ້ ຮັບລາງວັນທີໜຶ່ງ
ຂັ້ນເມືອງ ວິຊາເລກ. ພາບ: ຫວຽດເກື່ອງ/VNP



ຊົ່ວໂມງເລີກຮຽນ ຂອງພວກນ້ອງນັກຮຽນ ຊາວເຜົ່າ ລາຫູ ຢູ່ຕາແສງ ບຸມເຕີ໊.  ພາບ: ຫວຽດເກື່ອງ/VNP

ເດືອນ ພຶດສະພາ 2017, ລັດຖະບານໄດ້ປະກາດໃຊ້ ດຳ ລັດ 57/2017/NĐ-CP  ກຳນົດ ນະໂຍບາຍ ບຸລິມະສິດ ຮັບສະໝັກນັກຮຽນ ແລະ ຊ່ວຍເຫຼືອການຮຽນ ສຳລັບເດັກ ນ້ອຍຮຽນອະນຸບານ, ນັກຮຽນ, ນັກສຶກສາ ທີ່ສັງກັດ 16 ເຜົ່າຊົນສ່ວນນ້ອຍ (ມີຈຳນວນພົນລະເມືອງ ນ້ອຍກວ່າ 100.000 ຄົນ ເຊັ່ນ: ກົ໋ງ, ມ໊າງ, ລາຫູ, ປູແປ໋ວ, ຊີລາ, ເກ່ີ ລາວ, ໂບ໋ອີ, ລາຮາ, ງ໋າຍ, ຈຶດ, ເອີດູ, ເບຣົາ, ເຣີມຳ, ໂລ ໂລ, ລື້ ແລະ ປ່າແຖນ). ຕາມນັ້ນ, ເດັກນ້ອຍ ຮຽນອະນຸ ບານ, ນັກຮຽນ, ນັກສຶກສາ ຊົນເຜົ່າ ສ່ວນນ້ອຍ ໄດ້ ຮັບບຸ ລິມະສິດ ເຂົ້າຮຽນ ຢູ່ຕາມພື້ນຖານ ການສຶກສາທີ່ ສອດ ຄ່ອງ ຕາມຄວາມມຸ່ງມາດປາດຖະໜາ ຂອງຕົນ; ພ້ອມ ນັ້ນ ແມ່ນບັນດານະໂຍບາຍ ຊ່ວຍເຫຼືອໃຫ້ພວກນ້ອງ ໃນ ການຮຽນ ທີ່ແທດເໝາະກັບ ຄວາມເປັນຈິງ. 
ນາງ ຟຸ່ງ ຢໍ໋ ຊໍ໋, ນາຍບ້ານໆ ຟີ່ນຄໍ່, ອາຍຸ 24 ປີ ໄດ້ເລົ່າສູ່ ພວກຂ້າພະເຈົ້າຟັງ ກ່ຽວກັບເລື່ອງຮ່ຳຮຽນ ຂອງ ປະຊາ ຊົນ ໃນປັດຈຸບັນ ຂອງ ຊົນເຜົ່າ ລາຫູ ວ່າ: “ແຕ່ກ່ອນ, ເຜົ່າ ລາຫູ ໄປໂຮງຮຽນ ແມ່ນບໍ່ມີຈັກຄົນ, ນັບແຕ່ມື້ ລັດ ກໍ່ສ້າງ ຖະໜົນຫົນທາງ, ສ້າງໂຮງຮຽນຫຼັງໃໝ່ ແລະ ຂົນຂວາຍ ປະຊາຊົນມາສ້າງບ້ານ, ປູກເຂົ້ານາ, ລ້ຽງແບ້ ລ້ຽງງົວ, ຄົນ ລາຫູ ຈຶ່ງໃຫ້ລູກ ຂອງຕົນ ໄປໂຮງຮຽນ ຫຼາຍທີ່ສຸດ”.

ສິ່ງທີ່ນາຍບ້ານ ຟຸ່ງ ຢໍ໋ ຊໍ໋ ເວົ້າມາ, ເອື້ອຍຄູ ລໍ່ ທິ ຫງວຽດ, ຜູ້ອຳນວຍການ ໂຮງຮຽນປະຖົມ ຊົນເຜົ່າ ກິນນອນ ເລກ 2 ບຸມເຕີ໊ ພິສູດຕື່ມອີກວ່າ: “ໂດຍອາໄສ ຄວາມຕັ້ງໝັ້ນ ຕັດສິນໃຈ ຕິດຕາມໂຮງຮຽນ, ຕິດຕາມ ໝູ່ບ້ານ ຂອງ ບັນ ດາ ອ້າຍເອື້ອຍຄູ, ເພາະສະນັ້ນ ມາບັດນີ້, ຕາແສງ ບຸມ ເຕີ໊ ໄດ້ເຜີຍແຜ່ການສຶກສາ ຊັ້ນອະນຸບານ ແລະ ປະຖົມ ໃຫ້ແກ່ເດັກນ້ອຍ ບັນລຸ 100%. ມີ ນັກຮຽນຫຼາຍຄົນ ຢູ່ ບຸມເຕີ໊ ໄດ້ຮຽນຮອດຂັ້ນມະຫາ, ວິທະຍາໄວ ແລະ ກັບ ຄືນມາ ປະກອບສ່ວນສ້າງສາ ບ້ານເກີດເມືອງນອນ”.

ພວກຂ້າພະເຈົ້າສືບຕໍ່ເດີນທາງ ທວນກະແສ ແມ່ນ້ຳດ່າ ໄປເຖິງຕາແສງ ນ້ຳຄາວ ຊຶ່ງ 65% ຂອງ ປະຊາກອນຢູ່ທີ່ ນີ້ ແມ່ນຊົນເຜົ່າ ກົ໋ງ. ສິ່ງທີ່ບໍ່ໜ້າເຊື່ອ ກໍ່ແມ່ນວ່າ  ຢູ່ກາງ ເຂດພູຜາປ່າໄມ້ ທີ່ຫ່າງໄກສອກຫຼີກນີ້ ໄດ້ມີໂຮງຮຽນ ອະ ນຸບານ ຫຼັງໜຶ່ງທີ່ມີ ເຄື່ອງໃຊ້ສອຍ ຄົບຊຸດ ເຖິງແນວນັ້ນ. ເອື້ອຍຄູ ເຈິ່ນ ທິ ຖຸ໋ຍ ຮັ່ງ, ຜູ້ອຳນວຍການ ໂຮງຮຽນອະນຸ ບານນ້ຳຄາວ ໃຫ້ຮູ້ວ່າ ໂຮງຮຽນຫຼັງນີ້ ໄດ້ຮັບການກໍ່ສ້າງ ໃນປີ 2014 ດ້ວຍຈຳນວນເງິນກວ່າ 5 ຕື້ ດົ່ງ ຈາກ ໂຄງການ ເຮືອນຈັດສັນ ເພື່ອການສ້າງເຂື່ອນໄຟຟ້າ ນ້ຳຕົກ ລາຍເຈົາ. ນັບແຕ່ ມີ ໂຮງຮຽນຫຼັງໃໝ່ ທີ່ປອດໂປ່ງ ງາມຕາ, ພໍ່ແມ່ພີນ້ອງຊົນເຜ່ົາ ກົ໋ງ ໄດ້ສະໝັກໃຈ ສົ່ງລູກ ໄປຮຽນເປັນຈຳນວນຫຼວງຫຼາຍ”.

ນອກຈາກໂຮງຮຽນ ໄດ້ຮັບການກໍ່ສ້າງ ຢ່າງກວ້າງຂວາງ ງາມຕາ, ນັກຮຽນ ຜູ້ທີ່ຮຽນ ແລະ ກິນທ່ຽງ ຢູ່ໂຮງຮຽນຊົນ ເຜົ່າ ກົ໋ງ ຍັງໄດ້ຮັບທຶນອຸດໜູນຈາກລັດຖະບານ. ນັກຮຽນ ຊັ້ນອະນຸບານ ໄດ້ຮັບເງິນອຸດໜູນ 363.000 ດົ່ງ/ຄົນ/ ເດືອນ . ສະນັ້ນ ນັກຮຽນ ບໍ່ຕ້ອງເປັນຫ່ວງ ນຳຄວາມ ອຶດ ຫີວ, ພໍ່ແມ່ກໍອຸ່ນອຽນໃຈ ທຳການຜະລິດ ເພື່ອພັດທະນາ ເສດຖະກິດຄອບຄົວ.

ໂຄງການໄດ້ເພີ່ມກຳລັງແຮງ ໃຫ້ແກ່ເດັກນ້ອຍ ບັນດາ ເຜົ່າ ທີ່ປະສົບກັບ ຄວາມຫຍຸ້ງຍາກ ເປັນພິເສດ ຂອງ ເມືອງ ເມື່ອງແຕ່, ມີການຮ່ວມມື ຈາກວົງຄະນາຍາດ ແລະ ບັນດາວິສາຫະກິດ, ພົ້ນເດັ່ນກໍ່ຄື ກຸ່ມບໍລິສັດ Vingroup ໄດ້ອຸປະຖຳເງິນ ໃນການກໍ່ສ້າງ ເຮືອນຫຼັງໜຶ່ງທີ່ກວ້າງ ຂວາງ ໃຫ້ນັກຮຽນຊົນເຜົ່າ ມ໊າງ ຢູ່ຕາແສງ ຈຸງຈ່າຍ, ເມືອງ ນ້ຳຍຸ່ນ.

ອາດຍ້ອນມີເງື່ອນໄຂ ໄດ້ມີບ່ອນຮ່ຳຮຽນ ດີກວ່າເກົ່າ, ດັ່ງ ນັ້ນ ນ້ອງ ຫຼີ ທິ ຮັ່ງ, ສາວນ້ອຍຊາວເຜົ່າ ມ໊າງ ຮຽນ ມໍ 4 ໄດ້ ລົມກັບ ພວກຂ້າພະເຈົ້າດ້ວຍຄວາມໝັ້ນໃຈວ່າ: “ປີໜ້າ ຫຼານຈະເສັງເຂົ້າໂຮງຮຽນສິລະປະ ວັດທະນະທຳ ໄຕບັກ ເພື່ອໃຫ້ພາຍລຸນມາ ສາມາດຊອກຮູ້ ແລະ ປະກອບສ່ວນ ຮັກສາບັນດາວາດຟ້ອນຂອງຊົນເຜົ່າ ເຮົາໃຫ້ໄດ້”.

ໃນການໄປປະຕິບັດງານຄັ້ງນີ້, ຂ້າພະເຈົ້າ ບໍ່ມີໂອກາດ ໄດ້ພົບກັບ ອ້າຍຄູ ຫງວຽນຫືວເຈື່ອງ ຄືນໃໝ່ ຍ້ອນເພິ່ນ ຖືກທາງການແຕ່ງຕັ້ງ ໃຫ້ໄປຮຽນຂັ້ນມະຫາ ຢູ່ແຂວງ ຖ໋າຍງວຽນ. ແຕ່ຄວາມຝັນຂ້າມແມ່ນ້ຳດ່າ ລົງເຂດທົ່ງ ພຽງ ເພື່ອເຂົ້າຮຽນມະຫາວິທະຍາໄລ ຂອງ ລູກຫຼານ ພໍ່ ແມ່ປະຊາຊົນເຜົ່າ ລາຫູ, ກົ໋ງ ແລະ ມ໊າງ ທີ່ອ້າຍຄູ ເຈື່ອງ ເປັນຫ່ວງເປັນໃຍ ໃນເມື່ອກ່ອນ ມາບັດນີ້ ໄດ້ ກາຍເປັນ ຄວາມຈິງແລ້ວ.


ກຳລັງບືນຂຶ້ນຢູ່ເຂດຊາຍແດນ

ເມື່ອມາຮອດຕາແສງ ນ້ຳຄາວ, ເມືອງ ເມື່ອງແຕ່, ພວກ ຂ້າພະເຈົ້າ ຖືກເຊີນໃຫ້ເຂົ້າຮ່ວມພິທີ ລ້ຽງຫໍບ້ານ ຈາກ ທ່ານ ຄວ່າງ ວັນ ລ່ານ ນາຍບ້ານ ນ້ຳປູກ. ເຈົ້າຈ້ຳ ລໍ່ ວັນ ເຈີ່, ໃຫ້ຮູ້ວ່າ ປີນີ້, ຊີວິດການເປັນຢູ່ດ້ານເສດຖະກິດ ຂອງ ຊາວເຜົ່າ ກົ໋ງ ດີຂຶ້ນຫຼາຍ ເພາະສະນັ້ນ ໃນບົດສູດ ຂອງ ຕົນກໍຕ້ອງມີ ເນື້ອຄວາມໃໝ່ຫຼາຍຢ່າງຕື່ມອີກ. ຍົກຕົວຢ່າງ ເຊັ່ນ: ໃນການລ້ຽງງົວ, ລ້ຽງແບ້ ຕ້ອງຂໍຮ້ອງ ໃຫ້ເຈົ້າຖິ່ນເຈົ້າຖານ ຂັບໄລ່ໂລກລະບາດຕື່ມໃສ່ ຫຼື ປູກ ເຂົ້ານາ ຕ້ອງແນະນຳຕັກເຕືອນ ຄວາມດຸໝັ່ນຂະຫຍັນ ພຽນ, ປ້ານຄັນນາ ແລະ ອື່ນໆ... ບັນດາສິ່ງດັ່ງກ່າວໃນ ສະໄໝ ດຳລົງຊີວິດແບບພະເນຈອນ ຄົງບໍ່ມີ, ເພາະສະ ນັ້ນ ມາບັດນີ້ ຈຶ່ງຕ້ອງຕື່ມແຖມໃສ່.

ໄດ້ຮູ້ວ່າ ປີ 2013, ເມື່ອຫາກໍນຳພາ ພໍ່ແມ່ປະຊາຊົນ ຊາວເຜົ່າ ກົ໋ງ ຍ້າຍມາບ້ານຈັດສັນແຫ່ງໃໝ່, ອຳນາດ ການປົກຄອງ ເມືອງ ເມື່ອງແຕ່ ໄດ້ຈັດຕັ້ງ ໜ່ວຍ ປະ ຕິບັດງານ ລະຫວ່າງຂະແໜງ ໂດຍທ່ານ ເຈິ່ນວັນຮ໋ຽນ, ຮອງ ປະທານ ຄະນະກຳມະການປະຊາຊົນເມືອງ ເປັນຜູ້ ນຳໜ້າ. ໜ່ວຍປະຕິບັດງານນີ້ ໄດ້ຮ່ວມການກິນຢູ່ ແລະ ເຮັດວຽກກັບ ພໍ່ແມ່ປະຊາຊົນ ເພື່ອສອນໃຫ້ເຂົາເຈົ້າຮູ້ຈັກ ວິທີປູກເຂົ້ານາ, ລ້ຽງສັດ ໃຫ້ມີປະສິດທິຜົນສູງ.

ທ່ານ ຮ໋ຽນ ໄດ້ຫວນຄືນ ໃນຂະນະທີ່ໜ່ວຍປະຕິບັດງານ ໄດ້ ພ້ອມກັບ ພໍ່ແມ່ປະຊາຊົນບຸກເບີກ, ປ້ານຄູຄັນນາ ເຮັດນາຂັ້ນໄດ, ເຂົ້າປ່າສອນພິທີລ້ຽງງົວ, ລ້ຽງແບ້, ປູກ ຢາງພາລາ. ຕອນກາງຄືນ ກໍເຕົ້າໂຮມຊາວໜຸ່ມ ຈັດຕັ້ງ ການຂັບລຳ ແລະ ຝຶກແອບບັນດາວາດຟ້ອນພື້ນເມືອງ. ຫຼັງຈາກນັ້ນພຽງ ສີ່ ປີ, ຕາແສງ ນ້ຳຄາວ ໄດ້ມີເນື້ອທີ່ ປູກ ເຂົ້ານາ ກວ່າ 200 ເຮັກຕາ, ຢາງພາລາ 110 ເຮັກຕາ. ຈາກບ່ອນຂາດ ເຂົ້າກິນຕະຫຼອດປີ, ມາບັດນີ້, ຊາວເຜົ່າ ກົ໋ງ ສາມາດກຸ້ມຕົນເອງ ດ້ານສະບຽງອາຫານ.


ບ້ານ ກໍ່ສ້າງໃໝ່ ໃຈກາງເທສະບານ ເມືອງ ເມື່ອງ ແຕ່. ຢູ່ທີ່ນີ້, ອຳນາດການປົກຄອງເມືອງ ໄດ້ຈັດເຮືອນ ຂອງ ຄອບຄົວຊາວເຜົ່າ ລາຫູ
ໃຊ້ຊີວິດຢູ່ຂ້າງເຮືອນ ຂອງ ຄອບຄົວ ຊາວເຜົ່າ ໄທ ເພື່ອໃຫ້ປະຊາຊົນ ຮູ້ຈັກກັນ ໃນ ການອອກແຮງງານ. ພາບ: ຫວຽດເກື່ອງ/VNP



ມູມໜຶ່ງຂອງບ້ານຈັດສັນໃໝ່ ພ້ອມລະບົບໄຟຟ້າ, ຖະ ໜົນຫົນທາງທີ່ກວ້າງຂວາງ ສະອາດງາມຕາ ຢູ່ໃຈກາງ
ເທສະບານ ເມື່ອງແຕ່. ພາບ: ຫວຽດເກື່ອງ/VNP



ຝຸງແບ້ ລວມ 100 ໂຕ ຂອງ ທ່ານ ຈ໋າງ ອາ ແຊ໋ ຊາວ ເຜົ່າກົ໋ງ ຢູ່ຕາແສງ ນ້ຳຄາວ. ທ່ານ ແຊ໋ ໃຫ້ຮູ້ວ່າ ແຕ່ປີ 2014 ລັດຖະບານ ໄດ້ແນະນຳດ້ານຕັກນິກ
ທັງ ສະໜອງທຶນ ເພື່ອການລ້ຽງແບ້, ງົວ, ແຕ່ລະປີ ຄອບຄົວຂອງທ່ານ ມີລາຍຮັບ ກວ່າ 100 ລ້ານດົ່ງ. ພາບ: ທົງທ້ຽນ/VNP



ທະຫານຊາຍແດນ ຢູ່ຕາແສງ ບຸມເຕີ໊ ຊ່ວຍພໍ່ແມ່ ປະ ຊາຊົນ ຊາວເຜົ່າ ລາຫູ ເກັບກ່ຽວເຂົ້ານາ. ພາບ: ຫວຽດເກື່ອງ/VNP

ບໍ່ພຽງແຕ່ຊົນເຜົ່າ ກົ໋ງ, ຊົນເຜົ່າ ລາຫູ ຢູ່ຕາແສງ ບູມເຕີ໊ ກໍໄດ້ມີການຂະຫຍາຍຕົວຢ່າງກ້າວກະໂດດຂັ້ນ ເພື່ອລົບ ລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ. ເມື່ອພວກ ຂ້າພະເຈົ້າ ຕິດຕາມທ່ານ ເລກວາງຮ່ຽນ ມາກວດສຸຂະ ພາບຕາມກຳນົດ ໃຫ້ແກ່ແມ່ເຖົ້າ ຟຸ່ງ ຟີ໋ ມື່ (ອາຍຸ 96 ປີ) ຢູ່ບ້ານ ຟີ່ນຄໍ່ ຈຶ່ງໄດ້ຮັບຟັງແມ່ເຖົ້າ ເລົ່າ ສູ່ຟັງ ກ່ຽວກັບ ການປ່ຽນແປງ ຂອງ ຊົນເຜົ່າ ຕົນ ທີ່ຕົວແມ່ເຖົ້າເອງ ໄດ້ ເຫັນກັບຕາ.

ແມ່ເຖົ້າ ມື່ ບໍ່ສາມາດຈື່ວ່າຕົວເອງໄດ້ຜ່ານຄວາມທຸກຍາກ ອຶດຫີວ ເທົ່າໃດປີ ແຕ່ເມື່ອຄົນ ລາຫູ ຍັງໃຊ້ຊີວິດແບບ ເລ່ ລ່ອນ ພະເນຈອນ ຕາມບັນດາໂນນພູ ຕິດກັບ ເຂດຊາຍ ແດນ. ໃນຊຸມປີທີ່ໄດ້ໃຊ້ຊີວິດຢ່າງອີ່ມໜຳສຳລານ ໃນມໍ່ໆ ນີ້ ແມ່ເຖົ້າກໍ ຈື່ດີຫຼາຍ. ລາວເວົ້າວ່າ: “ໃນຄວາມຝັນ ຂ້າ ພະເຈົ້າ ບໍ່ກ້າເຊື່ອວ່າ ຈະໄດ້ຢູ່ໃນເຮືອນໄມ້ທີ່ ແໜ້ນໜາ, ໄດ້ກິນອີ່ມ ແລະ ເຫັນພວກລູກຫຼານຂອງ ຕົນໄດ້ໄປ ໂຮງ ຮຽນ ຄືປັດຈຸບັນ”.

ຢູ່ຕາແສງ ບຸມເຕີ໊ ນີ້, ໂດຍອາໄສ ການຊ່ວຍເຫຼືອດ້ານ ທຶນຮອນ, ແນວພັນ ແລະ ຝຸ່ນ ຈາກທະນາຄານໂລກ, ພໍ່ ແມ່ຊາວເຜົ່າ ລາຫູ ຍັງໄດ້ພັດທະນາເສດຖະກິດ ເປັນຢ່າງ ດີ ດ້ວຍອາຊີບ ປູກມັນສະຄູ.

ມາຮອດປັດຈຸບັນ, ທົ່ວຕາແສງ ມີເນື້ອທີ່ປູກມັນສະຄູກວ່າ 20 ເຮັກຕາ, ເກັບກູ້ປີລະເທື່ອ. ສະເພາະຄອບຄົວ ຂອງ ນາຍບ້ານ ຟີ່ນຄໍ່ ນາງ ຟຸ່ງຢໍ໋ຊໍ໋ ກໍ ປູກມັນສະຄູ ກວ່າ 1 ເຮັກຕາ, ແຕ່ລະປີສ້າງລາຍຮັບໄດ້ປະມານ 20 ລ້ານດົ່ງ, ບວກກັບລາຍຮັບປະມານ 30 ລ້ານດົ່ງ ຈາກການຂາຍ ແບ້, ມັນຕົ້ນ. ໄລ່ສະເລັ່ຍແຕ່ລະປີ ຄອບຄົວ ຂອງນາງ ຟຸ່ງຢໍ໋ຊໍ໋ ກໍ ມີລາຍຮັບ ປະມານ 50 ລ້ານດົ່ງ.

ພວກຂ້າພະເຈົ້າໄດ້ລ່ອງຕາມແມ່ນ້ຳດ່າ ມາຍັງບ່ອນ ທີ່ ແມ່ນ້ຳດ່າ ກັບແມ່ ນ້ຳນາມ ປ່ອງໃສ່ກັນ ເພື່ອໄດ້ເຫັນກັບ ຕາ ການປ່ຽນແປງ ຢ່າງມະຫັດສະຈັນ ຂອງ ເຜົ່າຊົນ ມ໊າງ ຢູ່ຕາແສງ ຈູງຈ໊າຍ, ເມືອງ ນ້ຳຍຸ່ນ.

ເຜົ່າຊົນ ມ໊າງ ຖືວ່າ ເປັນ ປະຊາຊົນ ປະຈຳທ້ອງຖິ່ນ ຢູ່ ເຂດ ໄຕບັກ (ທິດຕາເວັນຕົກສ່ຽງເໜືອ). ຍ້ອນດຳລົງຊີວິດ ການເປັນຢູ່ຢ່າງແຍກປ່ຽວ ເພາະສະນັ້ນ ກ່ອນປີ 2011, ເຜ່ົ່າ ມ໊າງ ຕ້ອງ ເຊີງໜ້າ ກັບໄພ ເຊື້ອສາຍຖືກເຊື່ອມເສຍ ຍ້ອນ ເຫດຜົນຕ່າງໆ ເຊ່ັນ: ການສົມລົດແບບໃກ້ເລືອດເນື້ອ ເຊື້ອສາຍ, ໃຊ້ຊີວິດແບບ ເລ່ລ່ອນ ພະເນຈອນ, ຮີດຄອງ ປະເພນີຫຼ້າຫຼັງອີກດ້ວຍ.

ພາຍຫຼັງ 5 ປີ ປະຕິບັດແຜນ “ພັດທະນາເສດຖະກິດ-ສັງ ຄົມ ໃນເຂດຊົນເຜົ່າ ມ໊າງ, ລາຫູ, ກົ໋ງ, ເກີ່ລາວ 2011-2020” ຂອງ ລັດຖະບານ, ອຳນາດການປົກຄອງ ແຂວງ ລາຍເຈົາ ໄດ້ນຳມາ ຊຶ່ງ ບັນຍາກາດທີ່ໃໝ່ໆ ໃຫ້ແກ່ ບັນດາ ໝູ່ບ້ານ ຊົນເຜ່ົາ ມ໊າງ ຢູ່ ຈູງຈ໊າຍ ເວົ້າສະເພາະ ແລະ ຢູ່ ແຂວງ ລາຍເຈົາ ເວົ້າລວມ.


ແມ່ຍິງຊາວເຜົ່າ ກົ໋ງ ຢູ່ຕາແສງ  ນ້ຳຄາວ ໃນຊຸດອາ ພອນ ທີ່ເປັນມູນເຊື້ອ. ພາບ: ຫວຽດເກື່ອງ/VNP


ທ່ານ ເລ ກວາງ ຮ່ຽນ, ພະນັກງານການແພດ ກຳລັງ ກວດສຸຂະພາບ ຕາມກຳນົດ ໃຫ້ແກ່ ແມ່ເຖົ້າ ຟຸ່ງ ຟີ໋ ມື່ (ອາຍຸ 96 ປີ) ຊາວເຜົ່າ ລາຫູ
ຢູ່ບ້ານ ຟີ່ຄໍ່ ຕາແສງ ບຸມເຕີ໊. ພາບ: ຫວຽດເກື່ອງ/VNP



ພໍ່ແມ່ປະຊາຊົນຊາວເຜົ່າ ກົ໋ງ ຢູ່ຕາແສງ ນ້ຳຄາວ ຊື້ ອາຫານການກິນ ຢູ່ໃນຮ້ານສັບພະສິນຄ້າຂະໜາດນ້ອຍ ຊຶ່ງໄດ້ເປີດຢູ່ໃຈກາງ
ຕາແສງ. ພາບ: ຫວຽດເກື່ອງ/VNP



ປະຈຸບັນ, 100% ເຂດຊາວຊົນເຜົ່າ ມ໊າງ, ລາຫູ, ກົ໋ງ ດຳລົງຊີວິດ ທ່ີດີຂຶ້ນ,  ມີຄື້ນໂທລະສັບມືຖື, ມີໂທລະພາບ ໃຊ້ສາຍກາບ. ພາບ: ຫວຽດເກື່ອງ/VNP


ກອງສິລະປະ ຊາວເຜົ່່າ ລາຫູ ຢູ່ຕາແສງ ບຸມເຕີ໊ ກຳ ລັງຝຶກແອບວາດຟ້ອນກອງ ຂອງ ຊົນເຜົ່າຕົນ. ພາບ: ຫວຽດເກື່ອງ/VNP

ເມື່ອເວົ້າເຖິງ ຈູງຈ໊າຍ, ພໍ່ແມ່ປະຊາຊົນ ບັນດາເຜົ່າ ຢູ່ ແຂວງ ລາຍເຈົາ ຕ່າງກໍຖື ບ່ອນນີ້ເປັນ “ອານາຈັກ ຂອງ ລ້ຽງສັດ”. ທີ່ພົ້ນເດັ່ນຄື ຄອບຄົວຂອງທ່ານ ຕ່າວ ອາ ຕອຍ ຢູ່ ບ້ານ ນຳ້ນໍ໋ ໄດ້ລ້ຽງງົວ ເກືອບ 100 ໂຕ, ສ່ວນ ຄອບ ຄົວທີ່ລ້ຽງງົວ ຈຳນວນ 10 ໂຕ ແມ່ນມີຫຼາຍທີສຸດ.

ສິ້ນສຸດຂະບວນການເດີນທາງຜ່ານ 3 ເຜົ່າຊົນສ່ວນນ້ອຍ ທີ່ເຄີຍມີຊ່ວງໄລຍະໜຶ່ງ ປະສົບກັບ ຄວາມຫຍຸ້ງຍາກ ລຳ ບາກທີສຸດ ຂອງ ແຂວງ ລາຍເຈົາ, ໃນໃຈ ຂອງ ຂ້າພະ ເຈົ້າ ໂດຍບັງເອີນ ຖືກປ່ຽມລົ້ມໄປດ້ວຍ ຄວາມຮູ້ສຶກ ຕື້ນ ຕັນໃຈ ຢ່າງບໍ່ອາດພັນລະນາໄດ້ ກ່ຽວກັບຊີວິດໃໝ່ ທີ່ ພວມເບັ່ງບານ ຢູ່ຍອດແມ່ນຳ ້ດ່າຢາງ. ຢູ່ ທີ່ນັ້ນມີ 3 ເຜົ່າ ຊົນສ່ວນນ້ອຍຄື ກົ໋ງ, ມ໊າງ ແລະ ລາຫູ ມາຮອດປັດຈຸບັນ ໄດ້ຫຼຸດພົ້ນອອກຈາກ ຊາຕາກຳ “ເຜົ່າຕອງເຫຼືອງ” ເພື່ອ ແຕ່ລະກ້າວ ບືນຂຶ້ນ ຢ່າງໜັກແໜ້ນ ກັບຊີວິດສະຫງົບສຸກ ແລະ ອີ່ມໜຳສຳລານ ຢູ່ເຂດຊາຍແດນ ຂອງປະເທດຊາດ.



ປັດຈຸບັນ, ແຂວງລາຍເຈົາ ຈຳນວນ ພົນລະເມືອງ ເປັນ ຊົນເຜົ່າລາຫູ ມີປະມານ 10.000 ກວ່າ ຄົນ,  ຊົນເຜົ່າ ມ໊າງ ມີປະມານ 3.600 ຄົນ ແລະ ຊົນເຜົ່າ ກົ໋ງ ມີປະມານ 1.100 ກວ່າຄົນ. 

ບົດ: ທົງທ້ຽນ - ພາບ: ຫວຽດເກື່ອງ, ທົງທ້ຽນ

ບັນດາບົດທີ່ຖືກນຳສະເໜີ