19/06/2017 10:20 GMT+7 Email Print Like 0

ການຄົ້ນຄວ້າໜັງສື ໂນມ ຂອງສາດສະດາຈານ Shimizu Masaaki

ເຖິງວ່າມາຈາກປະເທດຍີ່ປຸ່ນ ແຕ່ທ່ານ ສາດສະດາຈານ Shimizu Masaaki ໄດ້ມີອາລົມຈິດເປັນພິເສດ ຕໍ່ ພາສາ ຫວຽດ ແລະ ຄວາມ ຫຼົງໄຫຼເມົາມົວ ກັບການຄົ້ນຄວ້າ ແລະ ອະນຸລັກຮັກສາໜັງສື ໂນມ ຊຶ່ງເປັນປະເພດ ຕົວອັກສອນບູຮານ ທີ່ເປັນມູນມໍລະດົກ ຂອງຄົນ ຫວຽດນາມ. 
ພວກຂ້າພະເຈົ້າພົບກັບທ່ານ ສາດສະດາຈານ Shimizu Masaaki ໃນຂະນະ ທີ່ທ່ານມາ ຫວຽດນາມ ຮັບລາງວັນ Balaban ໂດຍສະມາ ຄົມອະນຸລັກຮັກສາມູນມໍລະດົກຕົວອັກສອນ ໂນມ (ອົງການຈັດຕັ້ງ ໜຶ່ງ ທີ່ບໍ່ຫວັງຜົນກຳໄລ ຂອງຄົນຫວຽດນາມ ອາໄສຢູ່ ສອາເມລິກາ) ເປັນຜູ້ມອບ. ເວົ້າກ່ຽວກັບ “ສາຍຜູກພັນ” ໃນການ ຄົ້ນຄວ້າ ໂຕໜັງສື ໂນມ ຂອງຕົນ, ທ່ານສາດສະດາຈານ Shimizu Masaaki ໃຫ້ຮູ້ວ່າ, ປີ 1985, ຂະນະທີ່ກຳລັງເປັນ ນັກສຶກສາ ຂອງມະຫາວິທະຍາໄລ Osaka, ມີຄັ້ງໜຶ່ງ ລາວມາ ຫ້ອງການຂອງ ທ່ານສາດສະດາຈານ Tomita Kenji ແລະ ໂດຍບັງເອີນ ອ່ານໄດ້ ເອກະສານ ກ່ຽວກັບ “ກິດຈະກຳຄົ້ນຄ້ວາ ຂອງສາດສະດາຈານ ດ່າວຢຸຍແອງ” ຂຽນດ້ວຍ ໜັງສືໂນມ. ຂະຫຍອນວ່າ ທ່ານສາມາດ ອ່ານ ແລະ ເຂົ້າໃຈໄດ້ສ່ວນ ໜຶ່ງ ໃນຂໍ້ມູນເອກະສານທີ່ເປັນ ໂຕໜັງສື ໂນມນີ້ ຍ້ອນ ຄົນ ຍີ່ປຸ່ນ ໄດ້ ສອນໃຫ້ນັກຮຽນ ກ່ຽວກັບ ການ ປະກອບສ້າງ ຂອງໂຕໜັງສື ຫານ ແຕ່ຊັ້ນປະຖົມ ຫາກ ການປະກອບສ້າງຂອງໂຕໜັງສື ໂນມ ແມ່ນມີວິ ທີການຂຽນປ່ຽນເນື້ອ ຕາມໂຕໜັງສືຫານຂອງຄົນຈີນ ເພາະສະນັ້ນ ຄົນ ຍີ່ປຸ່ນ ສາມາດອ່ານ ແລະ ເຂົ້າໃຈໄດ້.

ນັບແຕ່ນັ້ນມາ, ທ່ານສາດສະດາຈານ Shimizu Masaaki ມີ ຄວາມ ຮູ້ສຶກນິຍົມມັກ ແລະ ສົນໃຈ ຍິ່ງກວ່າອີກ ກ່ຽວກັບໂຕໜັງສື ໂນມ. ແຕ່ ວ່າ, ຄົນສົ່ງຜົນກະທົບ ເຖິງຄວາມຫຼົງໄຫຼເມົາມົວ ກັບການ ຄົ້ນຄວ້າ ໂຕໜັງສື ໂນມ ຫຼາຍທີສຸດ ນັ້ນແມ່ນ ມື້ລາງສາດສະດາຈານກ່ຽວ ກັບ ພາສາສາດ ຫງວຽນຕາຍເກີ່ນ. ໃນຊ່ວງເວລາ ຢູ່ ຫວຽດນາມແຕ່ປີ 1990 - 1991, ທ່ານສາດສະດາຈານ Shimizu Masaaki ໄດ້ຮຽນ ວິຊາສັດທະສາດ ແລະ ພາສາ ຫານໂນມ ໂດຍທ່ານສາດສະດາຈານ ຫງວຽນຕາຍເກີ່ນ ເປັນຜູ້ສອນ.

ເມື່ອກັບເມືອຍີ່ປຸ່ນ, ທ່ານໄດ້ປ້ອງກັນບົດຈົບຊັ້ນປະລິນຍາໂທ ພາຍໃຕ້ ຫົວຂໍ້ “ຄຳສັບຫານຫວຽດ ໃນວັດຈະນານຸກົມຂອງ Alexsandre de Rhodes” ປະສົບຜົນ ສຳເລັດ. ຫຼັງຈາກນັ້ນ, ທ່ານສືບຕໍ່ການຄົ້ນ ຄວ້າຊັ້ນປະລິນຍາເອກ ກ່ຽວກັບຂະແໜງການ ໜັງສືຫານ ຢູ່ມະຫາວິ ທະຍາໄລ ໂຕກຽວ. ຜ່ານໄລຍະຄົ້ນຄວ້າ ແລະ ສະສົມໄດ້ເອກະສານ ສະບັບສຳເນົາ ຈຳນວນໜ່ຶງ ຄືກັນກັບ ຕົ້ນສະບັບເດີ່ມ ກ່ຽວກັບ ຄວາມ ໝາຍຂອງ ໂຕໜັງສືໂນມບູຮານ, ທ່ານສາດສະດາຈານ Shimizu Masaaki ໄດ້ອອກກິດຈະກຳ ຈຳນວນໜຶ່ງເຊັ່ນ: “ຟື້ນຄືນວິທີການ ຜັນສຽງພາສາຫວຽດ ໃນ ສະຕະວັດທີ XV ດ້ວຍການ ນຳໃຊ້ ເອກະ ສານຕົວອັກສອນໂນມ”,  “ບາງບັນຫາກ່ຽວກັບສຽງ ຫານ ຫວຽດ ໃນເອກະສານໂຕໜັງສືກວກຫງື້ (ໂຕໜັງສືຫວຽດໄດ້ປະດິດສ້າງ ອອກຈາກລະບົບໂຕໜັງສືລາຕີນ) ໃນສະຕະວັດທີ XVII”, “ການ ສ້າງຄືນໃໝ່ສັດທະສາດຈຳນວນໜຶ່ງ ຂອງຄົນຫວຽດ ໂດຍຜ່ານການ ນຳໃຊ້ໂຕໜັງສືໂນມ”.

ທ່ານສາດສະດາຈານ Shimizu Masaaki (ເດືອນ ເມສາ 2017). 


ສາດສະດາຈານ Shimizu Masaaki ຮັບລາງວັນ Balaban 2017 ໂດຍສະມາຄົມ
ອະນຸລັກຮັກສາມູນມໍລະດົກໜັງສືໂນມ Lee Collins ເປັນຜູ້ມອບ.



ທ່ານ Lee Collins ປະທານສະມາຄົມ ອະນຸລັກຮັກສາມູນມໍລະດົກ ໜັງສືໂນມ Lee Collins (ເບື້ອງຂວາ) ແລກປ່ຽນກ່ຽວກັບ
ການຄົ້ນຄວ້າໜັງສືໂນມ ພ້ອມກັບທ່ານສາດສະດາຈານ Shimizu Masaaki ໃນຄັ້ງໜຶ່ງມາເຮັດວຽກທີ່ຫວຽດນາມ. 



ທ່ານສາດສະດາຈານ Shimizu Masaaki ກ່າວປາໄສທີ່ພິທີ ມອບລາງວັນ Balaban 2017.

ພິເສດ, ທ່ານສາດສະດາຈານ Shimizu Masaaki ຍັງຄົ້ນຄວ້າ ໂຕ ໜັງສືໂນມ ຜ່ານ ພາສາຂອງຊາວຊົນເຜົ່າໄຕ່ ຢູ່ຫວຽດນາມ. ທ່ານໃຫ້ ຮູ້ວ່າ, ມີຄັ້ງໜຶ່ງໄປຍັງແຂວງ ກາວບັ່ງ ທ່ານໄດ້ພົບກັບ ແມ່ເຖົ້າ ຊາວ ເຜົ່າໄຕ່ ຄົນໜຶ່ງ ອາຍຸ ກວ່າ 80 ປີ ສາມາດຂຽນໄດ້ ໂຕໜັງສື ໂນມ ໄຕ່. ດ້ວຍຄວາມຢາກຮູ້ຢາກເຫັນ, ທ່ານ ສາດສະດາຈານ Shimizu Masaaki ໄດ້ພະຍາຍາມ ອ່ານ ບັນດາບົດສູດດ້ວຍໂຕໜັງສືໂນມໄຕ່ ຂອງໝໍເຢົາ ແລະ ສາມາດ ເຂົ້າໃຈໄດ້ຄວາມໝາຍເກືອບທັງໝົດ.

ໄປພ້ອມໆກັບການຮຽນພາສາໄຕ່ ໂດຍທ່ານ ໝາແທງຕຸ່ງ, ນັກຮຽນ ຄົນຫວຽດນາມ ຮຽນຢູ່ ຍີ່ປຸ່ນ ສອນໃຫ້, ທ່ານສາດສະດາຈານ Shimizu Masaaki ໄດ້ເຂົ້າຮ່ວມ ງານສຳມະນາສາກົນ ຫຼາຍຄັ້ງ ບັນຍາຍເນື້ອໃນຈຳນວນໜຶ່ງ ກ່ຽວກັບໂຕໜັງສືໂນມໄຕ່ເຊັ່ນ: ບົດບາດ ຂອງໂຕໜັງສືໂນມ ໃນການພັດທະນາໂຕໜັງສືໂນມໄຕ່; ປະຫວັດ ຄວາມເປັນມາ ຂອງພາສາໄຕ່ ຢູ່ ແຂວງ ກາວບັ່ງ ໂດຍຜ່ານ ການວິ ໄຈ ໂຕໜັງສືໂນມໄຕ່; ຂະບວນວິວັດແຫ່ງການ ຂະຫຍາຍຕົວ ໂຕໜັງ ສືໂນມໄຕ່ ໃນແງ່ສຳຜັດພາສາ ລະຫວ່າງສອງຊົນເຜົ່າ ຫວຽດ-ໄຕ່...

ປະຈຸບັນ, ທ່ານສາດສະດາຈານ Shimizu Masaaki ພວມ ເຂົ້າ ຮ່ວມ ການສອນພາສາ ຫວຽດ ໃຫ້ແກ່ນັກສຶກສາ ຍີ່ປຸ່ນ ຢູ່ມະຫາ ວິ ທະຍາໄລ ໂອຊາກາ. ຫຼັກສູດສອນພາສາ ຫວຽດ ໃຫ້ແກ່ນັກສຶກສາ ໄດ້ແບ່ງເປັນ 3 ອັນດັບ. ປີທີໜຶ່ງ, ນັກສຶກສາ ຈະໄດ້ຮຽນວິທີ ຜັນສຽງ ໃນ 2 ເດືອນທຳອິດ ແລະ ວິທີການ ຮຽກຂານກັນ ໂດຍຜ່ານການຕັ້ງ ການສົນທະນາຖາມຕອບກັນ ຂອງຄົນຫວຽດນາມ. ຮອດປີທີສອງ, ທ່ານສາດສະດາຈານ Shimizu Masaaki  ນຳໃຊ້ແຫຼ່ງຂໍ້ມູນຂ່າວ ສານ ສະຖານະການ ໃນປະຈຳວັນ ແລະ ຟີມຮູບເງົາຂອງ ຫວຽດນາມ ໃຫ້ນັກສຶກສາ ຝຶກຟັງ ພາສາ ຫວຽດ. ທ່ານໄດ້ຕິດຕໍ່ກັບທ່ານ ດັ້ງເຍີດ ມິງ ຊຶ່ງເປັນນັກກຳກັບ ມີຊື່ສຽງ ຂອງ ຫວຽດນາມ ເພື່ອຂໍອະນຸຍາດ ໄດ້ນຳໃຊ້ ແຫຼ່ງເອກະສານ ໃນຟິມຮູບເງົາຈຳນວນໜຶ່ງຂອງເພິ່ນເຊ່ັນ: “ປານໃດຮອດເດືອນ 10”, “ຮ່າໂນ້ຍ ລະດູໜາວປີ 1946”, “ຢ່າຈູດ” ເພື່ອເປັນຫຼັກສູດແຫ່ງການ ສຶກສາຂອງຕົນ. ການທີ່ນຳໃຊ້ບັນດາຟິມ ຮູບເງົາເຫຼົ່ານີ້ ເຂົ້າໃນ ການສິດສອນ ໄດ້ຊ່ວຍໃຫ້ນັກສຶກສາມີໂອກາດ ເຂົ້າໃຈ ກ່ຽວກັບ ປະຫວັດສາດ ແລະ ວັດທະນະນຳ ຂອງປະເທດ ຫວຽດນາມ ຢ່າງເລິກເຊິ່ງກວ່າອີກ.


ທ່ານສາດສະດາຈານ Shimizu Masaaki ແລກປ່ຽນພ້ອມກັບ ທ່ານ ສາດສະດາຈານ ເຈິ່ນຈີ້ຢອຍ, ນັກຊ່ຽວຊານແຖວໜ້າກ່ຽວກັບ
ສັດທະ ສາດປະຫວັດສາດ ແລະ ປະຫວັດຄວາມເປັນມາ ຂອງ ພາສາຫວຽດ.



ທ່ານສາດສະດາຈານ Shimizu Masaaki ເຂົ້າຮ່ວມກອງປະຊຸມ ສົນທະນາທີ່ສະຖາບັນຄົ້ນຄວ້າ ຫານໂນມ. 


ທ່ານສາດສະດາຈານ Shimizu Masaaki ເຂົ້າຮ່ວມກອງປະຊຸມ ສົນທະນາທີ່ສະຖາບັນຄົ້ນຄວ້າ ຫານໂນມ. 


ທ່ານສາດສະດາຈານ Shimizu Masaaki ເຮັດວຽກທີ່ຫໍສະໝຸດ ຂອງ ສະຖາບັນຄົ້ນຄວ້າ ຫານໂນມ.


ບັນດາແຜ່ນເບົ້າຄວັດສະຫຼັກໂຕໜັງສືໂນມບູຮານ ໄດ້ທ່ານ ສາດສະ ດາຈານສົນໃຈເປັນພິເສດ. 


ທ່ານສາດສະດາຈານ Shimizu Masaaki ຄົ້ນຄວ້າ ໜັງສືໂນມ ບູຮານ ຢູ່ເທິງສີລາເລກ ທີ່ວັນມ໋ຽວ-ກວກຕືຢາມ. 


ພະນັກງານຫ້ອງການຄົ້ນຄວ້າ ແລະ ຮຽບຮຽງ ຂອງວັນມ໋ຽວ-ກວກ ຕື ຢາມ ແລກປ່ຽນພ້ອມກັບ ທ່ານສາດສະດາຈານ
Shimizu Masaaki ກ່ຽວກັບໂຕໜັງສືໂນມບູຮານຢູ່ເທິງແຜ່ນຫີນສີລາ. 

ຈຸດໝາຍສຸດທ້າຍຂອງ ທ່ານສາດສະດາຈານ Shimizu Masaaki ແມ່ນນັກສຶກສາຂອງຕົນ ສາມາດຂຽນບົດຈົບຊັ້ນດ້ວຍພາສາຫວຽດ. ດ້ວຍເຫດນັ້ນ, ໃນປີທີ 3 ແລະ ປີທີ 4, ທ່ານສອນໃຫ້ນັກສຶກສາ ວິທີ ການຂຽນບົດຈົບຊັ້ນ ດ້ວຍການເລືອກເອົາ ບົດຂຽນພາສາຫວຽດ ຈຳ ນວນໜຶ່ງ ມີຫຼັກໄວຍາກອນ ບັນລຸ ມາດຕະຖານເປັນຕົວແບບ. ໄດ້ມີ ນັກສຶກສາຫຼາຍຄົນ ຂອງ ສາດສະດາຈານ Shimizu Masaaki ຂຽນ ບົດ ກັບຫົວເລື່ອງ ມີຄວາມປະທັບໃຈພໍສົມຄວນ ໂດຍຜ່ານ ການມາ ຫວຽດນາມ ແລະ ເຂົ້າຮ່ວມການເຄື່ອນໄຫວຕົວຈິງ ຈຳນວນໜຶ່ງຊອກ ຮູ້ກ່ຽວກັບເຄື່ອງດົນຕີພື້ນເມືອງເຊັ່ນ: ພິນສາຍດຽວ, ພິນສອງສາຍ, ສິລະປະພາບສີຂັດມັນ ຜ່ານພາບແຕ້ມ ຂອງ ນັກຈິດຕະກອນ ຟ້າມ ກີມມ໊າ, ເຂົ້າຮ່ວມໂຄງການມູນນິທິ ຢູ່ໝູ່ບ້ານ ເດັກນ້ອຍ SOS ຫຼື ສອນພາສາ ຫວຽດ ໃຫ້ແກ່ຄົນ ຫວຽດນາມ ທີ່ຍີ່ປຸ່ນ.

ຫວນຄິດຄືນເຖິງອະນຸສອນທີ່ສາດສະດາຈານ Shimizu Masaaki ຈື່ຈຳທີສຸດ ຜ່ານການມາຫວຽດນາມ ຄັ້ງຕ່າງໆ ຄື ປີ 1990 ແມ່ນ ໃນ ຊ່ວງເວລາທ່ານມາ ຫວຽດນາມ ຮຽນພາສາຫວຽດຢູ່ຮ່າໂນ້ຍ, ມີຄັ້ງ ໜຶ່ງຖືກປ່ວຍ ແຕ່ບໍ່ຮູ້ເຮັດແນວໃດ ເພື່ອຂໍພັກ ຊົ່ວໂມງຮຽນ ພາສາ ສາດ ຂອງ ທ່ານນາງ ສາດສະດາຈານ ຮວ່າງທິເຈົາ. ລາວເລົ່າ ສູ່ ຟັງວ່າ: “ເມື່ອຂ້າພະເຈົ້າຕ້ອງພັກຮຽນຢູ່ຫໍພັກ, ທ່ານນາງ ເຈົາ ໄດ້ມາ ຢ້ຽມຢາມ. ເອື້ອຍຄູທັງປອກໝາກກ້ຽງ ໃຫ້ຂ້າພະເຈົ້າກິນ, ທັງໃຫ້ ຄວາມຢ້ຽມຢາມຖາມຂ່າວ. ຂ້າພະເຈົ້າຮູ້ສຶກ ເໝືອນວ່າ ໄດ້ແມ່ດູແລ ຢູ່ບ້ານເກີດ. ພາຍຫຼັງກິນບຳນານ, ຖ້າມີໂອກາດ,  ຂ້າພະເຈົ້າ ຢາກ ມາ ຫວຽດນາມ ສືບຕໍ່ເຮັດວຽກ ທີ່ພວກຂ້າພະເຈົ້າ ກຳລັງເຮັດຄືໃນ ປັດຈຸບັນ”.
ບົດ: ເງິນຮ່າ - ພາບ: ເຈິ່ນແທງຢາງ
ບັນດາບົດທີ່ຖືກນຳສະເໜີ